Examed
Co.,Ltd

ຜະລິດຕະພັນ

ພວກເຮົາສັນຫາ ຜະລິດຕະພັນຈາກບັນດາປະເທດເຢຍລະມັນ, ອີຕາລີ່ ແລະ ປາກິສຖານ ໂດຍຜ່ານການຂື້ນທະບຽນຈາກກົມອາຫານ ແລະ ຢາ ແລະ ຂະແໜງການທີ່ກ່ຽວຂ້ອງເປັນທີ່ຮຽບຮ້ອຍແລ້ວ ເພື່ອສະໜອງໃຫ້ແກ່ການປິ່ນປົວ ແລະ ແກ້ໄຂສຸຂະພາບ

ການໃຫ້ຄຳແນະນຳປຶກສາ

ຄວບຄູ່ກັບການຈຳໜ່າຍຢາ ຫຼື ຜະລິດຕະພັນທາງການແພດ ພວກເຮົາຍັງ ມີທີມງານເພສັຊກອນ ໂດຍສົມທົບກັບຜູ້ຊ່ຽວຊານດ້ານຜະລິດຕະພັນ ຈາກຕ່າງປະເທດ ເພື່ອຄອຍໃຫ້ຄຳແນະນຳປຶກສາ ແລະ ສະໜອງຂໍ້ມູນຂ່າວສານໃຫ້ແກ່ທ່ານ.

ການບໍລິການ

ທິມງານເພສັຊກອນພວກເຮົາ ມີປະສົບການໃນການດຳເນີນງານຫຼາຍກວ່າ 10 ປີ ເພື່ອເນັ້ນຄຸນນະພາບ ຂອງການບໍລິການ ແລະ ສົ່ງມອບສິນຄ້າທີ່ມີຄຸນນະພາບ ຈົນເຖິງສະຖານທີ່ຂອງທ່ານ

ກຸ່ມຜະລິດຕະພັນ

EXAMED-DNA

E

Ethical Responsibility

ຍົກສູງຈັນຍາບັນວິຊາຊີບ (ເພສັຊກອນ) ເປັນສິ່ງສຳຄັນອັນດັບໜື່ງ ໃນການດຳເນີນທຸລະກິດ ເພື່ອພາບພົດທີ່ດີ ແລະ ຄວາມຢັ່ງຢືນຂອງອົງກອນ

X

X-cellent Operation Systems

ສ້າງໃຫ້ມີລະບົບການຈັດການບໍລິຫານທີ່ເປັນເລີດ ພາຍໃນອົງກອນ ເພື່ອຮັບປະກັນຄວາມວ່ອງໄວໃນການບໍລິການລູກຄ້າ ໃຫ້ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ

A

Advance and Benefit Products

ຜະລິດຕະພັນທີ່ນຳເຂົ້າມາຈຳໜ່າຍ ພາຍໃນບໍລິສັດຈະຕ້ອງເປັນຜະລິດຕະພັນ ທີ່ດີທີ່ສຸດ ແລະ ໃຫ້ປະໂຫຍດຄຸ້ມຄ່າແກ່ຜູ້ນຳໃຊ້ ຫຼື ຄົນເຈັບທີ່ກຳລັງປະເຊີນກັບບັນຫາສຸຂະພາບ


M

Mentoring in Medical Evidence

ໃຫ້ຄຳແນະນຳປຶກສາກ່ຽວກັບຜະລິດຕະພັນຕາມຫຼັກວິຊາຊີບເພສັຊກັມ ຫຼື ທາງການແພດ ພາຍໃຕ້ຜົນການສຶກສາທີ່ສະຖາບັນວິທະຍາສາດສາກົນຍອມຮັບ

E

Enabling Brand Differentiation

ສ້າງໃຫ້ອົງກອນມີເອກະລັກທີ່ແຕກຕ່າງ ໂດຍສະເພາະຫຍີ່ຫໍ້ຜະລິດຕະພັນ, ຄວາມແຕກຕ່າງທາງດ້ານການບໍລິການ ແລະ ການໃຫ້ຄຳແນະນຳປຶກສາທີ່ດີ

D

Developing

ພັດທະນາຂີດຄວາມສາມາດຂອງພະນັກງານ ແລະ ທຸກລະບົບການຈັດການບໍລິຫານພາຍໃນອົງກອນ ໃຫ້ສອດຄ່ອງກັບສະພາບການປ່ຽນແປງ ຕາມຍຸກສະໄໝ

ພວກເຮົາສະໜອງຜະລິດຕະພັນທີ່ດີທີ່ສຸດ ສຳລັບທ່ານ...

ພວກເຮົາເຊື່ອວ່າ ຄຸນນະພາບຂອງຢາ ຄືຫົວໃຈສຳຄັນທີ່ສຸດ ທີ່ຈະກໍ່ໃຫ້ເກີດຜົນສຳເລັດໃນການປິ່ນປົວຄົນເຈັບ, ດັ່ງນັ້ນ ທີມງານພວກເຮົາຈື່ງໄດ້ມຸ່ງໝັ້ນສັນຫາ ແລະ ຄັດເລືອກຜະລິດຕະພັນທີ່ມີຄຸນນະພາບສູງສຸດ ສົ່ງມອບໃຫ້ແກ່ທ່ານ ເພື່ອນຳໄປປິ່ນປົວຄົນເຈັບ ຜູ້ທີ່ກຳລັງປະເຊີນກັບບັນຫາສຸຂະພາບ

ພວກເຮົາມີຄວາມປິຕິຍິນດີ ເປັນຢ່າງຍິ່ງທີ່ໄດ້ບໍລິການທ່ານ